ສ້າງປະສົບການໃໝ່ໆດ້ວຍ WordPress

ແພັດຟອມການເຜີຍແຜ່ແບບໂອເພນຊອດ ທີ່ເປັນທາງເລືອກສຳລັບເວັບໄຊຫຼາຍລ້ານແຫ່ງທົ່ວໂລກ—ຕັ້ງແຕ່ຜູ້ສ້າງສັນຜົນງານ ແລະ ທຸລະກິດຂະໜາດນ້ອຍ ໄປຈົນເຖິງອົງກອນລະດັບໃຫຍ່.

Image

ອອກແບບ

ສ້າງເວັບໄຊໃດກໍໄດ້ດ້ວຍເຄື່ອງມືການອອກແບບທີ່ຢືດຢຸ່ນ ແລະ ພະລັງຂອງ ບລັອກ. ເລີ່ມຕົ້ນຈາກໜ້າເປົ່າຫວ່າງ ຫຼື ເລືອກ ທິມ. ປັບແຕ່ງທຸກລາຍລະອຽດໄດ້ຕາມໃຈໂດຍບໍ່ຕ້ອງຂຽນໂຄ້ດ.

Image

ສ້າງ

ເບິ່ງຜົນການປ່ຽນແປງຂອງເວັບໄຊໃນເວລາຈິງ, ເຖິງແມ່ນວ່າທ່ານຈະເພີ່ມ, ແກ້ໄຂ ແລະ ຈັດລຽງເນື້ອຫາໃໝ່ ກໍສາມາດເຮັດໄດ້ງ່າຍໆ ດ້ວຍລະບົບການແກ້ໄຂທີ່ໃຊ້ງ່າຍ ແລະ ຄຸນສົມບັດທີ່ຄົບຖ້ວນໃນການຈັດການທຸກຢ່າງ.

ທົດລອງໃຊ້ຕົວແກ້ໄຂແບບບລັອກ

Image

ຕໍ່ເຕີມ

ເຮັດໃຫ້ເວັບໄຊຂອງທ່ານເຮັດວຽກໄດ້ຕາມທີ່ທ່ານຕ້ອງການ. ເພີ່ມຮ້ານຄ້າ, ລະບົບວິເຄາະ, ຈົດໝາຍຂ່າວ, ການເຊື່ອມຕໍ່ກັບໂຊຊຽວມີເດຍ; ທ່ານສາມາດຄວບຄຸມທຸກຢ່າງໄດ້ດ້ວຍ ປັກອິນ ທີ່ມີໃຫ້ເລືອກຫຼາກຫຼາຍ.

ເບິ່ງວ່າມີຫຍັງໃໝ່

WordPress 7.0 ຊ່ວຍໃຫ້ທ່ານປັບແຕ່ງໄດ້ຕາມຕ້ອງການ: ເຊື່ອມຕໍ່ກັບຜູ້ໃຫ້ບໍລິການ AI ທີ່ທ່ານຕ້ອງການ ແລະ ນຳໃຊ້ພວກມັນໃນທົ່ວເວັບໄຊຂອງທ່ານ. ວາງຮູບແບບ (patterns) ທີ່ເຮັດວຽກຄືກັບບລັອກດຽວ, ອອກແບບເມນູນຳທາງ (navigation overlay) ດ້ວຍອິດສະຫຼະຂອງບລັອກຢ່າງເຕັມທີ່, ແລະ ກູ້ຄືນການປ່ຽນແປງໄດ້ຢ່າງວ່ອງໄວດ້ວຍປະຫວັດການແກ້ໄຂແບບເຫັນພາບ.

Image
ຮູບຖ່າຍຂາວດຳຂອງຜູ້ເຂົ້າຮ່ວມທີ່ກຳລັງຕື່ນເຕັ້ນ ແລະ ຕົບມືໃນງານ WordPress.

ຂ່າວສານ WordPress ລ່າສຸດ

ຂ່າວສານເພີ່ມເຕີມ